
ຕາມຂ່າວຫນັງສືພິມວຽງຈັນທາຍ ລາຍງານໃຫ້ຮູ້ວ່າ ທ່ານເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ:
ແຂວງເຊກອງກຽມຈະຂະຫຍາຍເມືອງໃຫມ່ອີກ 1 ເມືອງເປັນ 5 ເມືອງພາຍໃນແຂວງເພື່ອໃຫ້ຄັບມາດຖານກົດໝາຍການປົກຄອງແຂວງ ທີ່ໃຫ້ມີຢ່າງໜ້ອຍ 5 ເມືອງຂຶ້ນໂປ ຊຶ່ງການສ້າງເມືອງໃໝ່ຂຶ້ນອີກ 1 ເລື້ອງນີ້ແມ່ນຈະ ໃຫ້ສໍາເລັດພາຍໃນ 2 ປີ (2021-2022) ຫຼື ຊ້າສຸດຈະໃຫ້ສໍາເລັດໃນແຜນພັດທະນາເສດຖະກິດສັງຄົມ 5 ປີຕໍ່ໜ້າ ( 2021-2025).
ທ່ານເຫຼັກໄຫຼ ໄດ້ກ່າວຕື່ມວ່າ:
ປັດຈຸບັນນີ້ ໄດ້ມີການສໍາຫຼວດພື້ນທີ່, ເກັບກຳຂໍ້ມູນ ທີ່ມີເງື່ອນໄຂສ້າງຕັ້ງເມືອງໃໝ່ ໂດຍມີອົງປະກອບຂ້ອນຂາງຄ໌ບແລ້ວ ມີປະຊາກອນ ມີພື້ນຖານໂຄງລ່າງທີ່ອໍານວຍຄວາມສະດວກ ມີມື້ນຖານການຜະລິດ ແລະ ເຊື່ອວ່າຈະມີການບຸກເບີກເນື້ອທີ່ ກຽມສ້າງເມຶອງທີ 5 ຂອງແຂວງເຊກອງໃນໄວໆນີ້.