Category: ຂ່າວ ອຸປະຕິເຫດ
ສະຫຼົດ…!!! ເກີດເຫດ ມີຄົນເສຍຊີວິດຢູ່ໃນປ່າ(ມີຮອຍຖືກຕີຫຼາຍຈຸດ) ຊ່ວຍປະກາດຫາຍາດພີ້ນ້ອງລາວແດ່!
ໃນວັນທີ່16.03.2023 ເວລາ10:06ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 084 1625ວ່າມີຄົນເສຍຊີວິດຢູ່ປ່າບ້ານຊອດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວວ ເມື່ອໜ່ວຍກູ້ໄພອົງການກາແດງລາວແຂວງບໍ່ແກ້ວ ອອກກວດສອບເຫດພົບຜູ້ເສຍຊີວິດ01ຄົນ: ຜູ້ເສຍຊີວິດເປັນເພດຊາຍ: ຂໍ້ມູນຜູ້ເສຍຊີວິດແມ່ນຍັງບໍ່ທັນຮູ້ຕາມຕົນໂຕຜູ້ກ່ຽວແມ່ນບໍ່ມີເອກະສານຫຼືບັດປະຈຳຕົວທີ່ຈະອ້າງອີງຫຼືລະບຸຕົວຕົນວ່າຜູ້ກ່ຽວແມ່ນໃຜ. +ມີບາດແຜ:ມີຮອຍຖືກຕີຢູ່ບໍລິເວນ ,ຫົວ,ຄໍ,ຕາມຕົນໂຕ(ສ່ວນສາເຫດແມ່ນຢູ່ລະຫວ່າງການສັນນິສູນຂອງເຈົ້າໜ້າທີ່)ທາງໜ່ວຍກູ້ໄພອົງການກາແດງລາວແຂວງບໍ່ແກ້ວຈື່ງໄດ້ທຳການຫໍ່-ມ້ຽນສົບຜູ້ເສຍຊີວິດແລະໄດ້ນຳສົົ່ງຜູ້ເສຍຊີວິດມາທີ່ປ່າຊ້າແຂວງ. ທາງໜ່ວຍກູ້ໄພອົງການກາແດງແຂວງບໍ່ແກ້ວຂໍສະແດງຄວາມເສຍໃຈນຳຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນນນນນນ… #ພົບເຫັນອຸບັດຕິເຫດ,ເຈັບ-ປ່ວຍສຸກເສີນໂທແຈ້ງ084 1625&020 55092092 #ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.&020 55092092 ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ:…
ສະຫຼົດ…!!! ຄລິບອຸບັດເຫດ ຊົ່ວວິນາທີພາກຊີວິດ ຂໍໃຫ້ທຸກຄົນມີສະຕິໃນການຂັບຂີ່ລົດຕື່ມ
ເກີດອຸປະຕິເຫດ ທີບ້ານດົງປ່າແຫລບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແຊຮເພື່ອເປັນອຸທາຫອນ ເຕືອນໃຈ! ເລື່ອງມີຢູ່ວ່າ: ເວລາ ປະມານ 10:30 ຂອງວັນທີ 15/03/2023 ລົດເກັງຄັນດັ່ງກ່າວອອກໄປນອກລະເຂົ້າມາ ລືມດຶງແບກມື ເຮັດໃຫ້ລົດໄຫລ ຖອຍລົງມາ ແລ້ວຜູ້ຂັບຂີ່ລົດຈຶ່ງແລນມາແບກລົດຕາມຄລິບເລີຍ ເຮັດໃຫ້ລົດທີ່ແລນມານຳຫຼັງຕຳເອົາ ແລະ ເສຍຊີວິດໃນເວລາຕໍ່ມາ ສະນັ້ນຈຶ່ງຝາກເຕືອນໃຫ້ພໍ່ແມ່ປະຊາຊົນ ມີສະຕິໃນການຂັບຂີ່ ມັນຈຶ່ງບໍ່ພາໃຫ້ເກີດອຸປະຕິເຫດ ເສຍຊັບສິນ ແລະຊີວິດ….
ເສຍຫາຍໜັກ…!!! ເຫດການໄຟໄໝ້ ເຮືອນປະຊາຊົນຫຼາຍຫຼັງພ້ອມກັນ ໄໝ້ໝົດກ້ຽງ ຂໍສະແດງຄວາມເສຍໃຈນຳຜູ້ປະສົມໄພຄັ້ງນີ້ດ້ວຍ
ພາບຄວາມເສຍຫາຍ ຈາກເຫດການໄຟໄໝ້ ເຮືອນປະຊາຊົນຢູ່ບ້ານສະໝິງ ເມືອງປະທຸມພອນ ແຂວງຈຳປາສັກ ວັນທີ 2 ມີນາ 2023 ປັດຈຸບັນ ໄຟມອດລົງແລ້ວ ເຈົ້າໜ້າທີ່ເລັ່ງເກັບກຳຂໍ້ມູນຄວາມເສຍຫາຍ ຫາກມີລາຍລະອຽດ ຈະລາຍງານໃຫ້ຊາບຕື່ມພາຍຫລັງ. ເປັນກຳລັງໃຫ້ທຸກໆທ່ານທີ່ປະສົບໄພໃນຄັ້ງນີ້ດ້ວຍ. ປະມວນພາບ: . . . . . . . ….
ເສົ້າສະຫຼົດ…!!!ເກີດເຫດ ລົດໃຫຍ່ເສຍຫລັກປີ້ນ ຫງາຍທ້ອງປ່າງງ່າງ ເສຍຊີວິດຄາທີ່ ຢູ່ບ້ານຢ້າວໃຫຍ່
ລົດໃຫຍ່ເສຍຫລັກປີ້ນ ເສຍຊີວິດຄາທີ່ ຢູ່ບ້ານຢ້າວໃຫຍ່ ເມືອງໄຊ ແຂວງ ອຸດົມໄຊ ຕາມການລາຍການຂອງໜ່ວຍກູ້ໄພແຂວງອຸດົມໄຊໃຫ້ຮູ້ວ່າ: ເວລາ 21:45 ນາທີ ຂອງວັນທີ 14 ກຸມພາ 2023, ໄດ້ຮັບແຈ້ງເຫດຈາກປະຊາຊົນ ວ່າມີອຸບັດເຫດລົດໃຫຍ່ເສຍຫລັກປີ້ນ. ຈຸດເກີດເຫດ: ເສັ້ນທາງເຂົ້າບ້ານຢ້າວໃຫຍ່ ເມືອງໄຊ ແຂວງອຸດົມໄຊ. ເມື່ອໜ່ວຍກູ້ໄພສຸກເສີນອົງການກາແດງໄດ້ອອກກວດສອບພົບເຫັນຜູ້ເສຍຊີວິດ 1 ຄົນ ເປັນເພດຊາຍ ອາຍຸ…
ຫາກໍ່ເຄີຍເຫັນ…!!! ເກີດເຫດ ປະຊາຊົນ ຖືກໝູປ່າກັດ ບາດເຈັບສາຫັດ ຂໍໃຫ້ນ້ອງປອດໄພເດີ້.
ເກີດເຫດ ໝູປ່າກັດປະຊາຊົນ ຊົມເຊີຍໜ່ວຍກູ້ຊີບໄຊຍະບູລີ ໄປຫາມມາແຕ່ປ່າ ວັນທີ 23/ 08/2022 ເວລາປະມານ 12:50ນາທີ ໜ່ວຍກູ້ຊີບອົງການກາແດງແຂວງໄຊຍະບູລີ ໄດ້ຮັບແຈ້ງເຫດວ່າ: ມີເຫດ ໝູປ່າກັດປະຊາຊົນ ເຂດບ້ານ ຫ້ອຍຊ່າວ ແຂວງໄຊຍະບູລີ ມາຮອດຈຸດເກີດເຫດ ມີຜູ້ບາດເຈັບ 1 ຄົນ ເພດຊາຍອາຍຸ 17ປີ ອາການເບື້ອງຕົ້ນແມ່ນ ມີບາດແຜຈີກຢູ່ຂາເບື້ອງຂວາແລະຊ້າຍ ດັ່ງນັ້ນໜ່ວຍຊີບໄດ້ປະຖົມພະຍາບານເບື້ອງຕົ້ນ…
ສຸດເສົ້າໃຈ…!!! ປະຮ່າງກັນ ກັບຜົວໄດ້ສາມປີ ແຕ່ງງານໃໝ່ ແລ້ວເອົາລູກມາຝາກໄວ້ກັບແມ່ຍ່າແລະຜົວເກົ່າ ແມ່ລົ້ມທັ້ງຢືນ ລູກຕົກນ້ຳເສຍຊີວິດ
ເສົ້າໃຈແທ້ເດ້………ອຸທາຫອນແດ່ຄອບຄົວທີ່ປະຢ່າຮ່າງກັນ ເລີກກັບຜົວໄດ້ສາມປີ ແຕ່ງງານໃໝ່ແລ້ວເອົາລູກມາປະໄວ້ກັບແມ່ຍ່າແລະຜົວເກົ່າ ປານຟ້າຜ່າກາງໃຈເມື່ອຢູ່ໆມີສຽງໂທລະສັບມາວ່າ ລູກຕົກນ້ຳເສຍຊີວິດເເລ້ວ ຜູ້ເປັນແມ່ແທບຂາດໃຈຕາຍ -ຂໍຄວາມເມຕຕາ ໃຫ້ແກ່ ນາງ ສຸນີ ອາຍຸ 42ປີ ຊ່ວຍເຮັດງານສົບໃຫ້ລູກຂອງຕົນດ້ວຍເຖິດ ເພາະຊາດນີ້ອາພັບແຮງ ຊີວີດຍ້ອນຄວາມທຸກຍາກນີ້ລະ ຈື່ງດີ້ນລົນຫາຫົນທາງສູ້ ໂຕນເອງຍ້ອນແຕ່ງງານໄຫມ່ ຜົວຜູ້ໃຫມ່ກໍ່ຈົນຄອບຄົວທຸກຢາກຄືກັນ ແລະ ຕົນກໍ່ເປັນແມ່ລູກອ່ອນ ເລີຍໃຫ້ຜົວເກົ່າແບ່ງເບົາພາລະຊ່ວຍລ້ຽງ ແຕ່ຕາມພາສາເດັກນ້ອຍຕາມຊານເມືອງເຂດຫ້ວຍຮ່ອງຄອງບືງ ຊວນກັນໄປຫຼີ້ນນຳ້ຕາມພາສາເດັກນ້ອຍ ຕາມເຂດຊານເມືອງ ຜູ້ເສຍຊີວີດຊື່ນ້ອງຟ້າອາຍຸ5ປີ…
ເກີດເຫດ..!! ລົດຂົນສົ່ງ(ລົດພ່ວງ)ແຊງກັນບໍ່ວິດຕຳກັນກາງຄ່ອຍ (ມີຄຼິບ)
ໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2022 ເກີດ ໄດ້ເກີດອຸບັດຕິເຫດ ລົດຂົນສົ່ງ(ລົດພ່ວງ) ຕໍາກັນ ທີ່ຄ້ອຍ ດອຍນາງຄໍາ ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ. ລາຍງານບໍ່ມີຜູ້ບາດເຈັບ ແຕ່ລົດເປເພ ເສຍຫາຍ. ສາເຫດຂອງອຸບັດຕິເຫດ ແມ່ນຍ້ອນແຊງກັນ. (ມີຄຼິບ): ທີ່ມາ:
ດ່ວນ..!! ຮຸນແຮງລົດໃຫຍ່ຕຳກັນ 3 ຄົນຊ້ອນ ຂໍໃຫ້ຄ່ອຍໄປຄ່ອຍມາເດີ້ພີ່ນ້ອງ
ຂ່າວດ່ວນ..!! ໃນຄ້ຳຄືນຂອງວັນທີ່ 14/6/2022 ເວລາ 23:01 ນາທີ ໄດ້ເກີດອຸບັດຕິເຫດໂຫດ ຕຳກັນ 3 ຄັນຢ່າງຮຸນແຮງ ຈຸດເກີດເຫດແມ່ນຫຼັກ 4 ພູມວງ, ປາກເຊ ແຂວງຈຳປາສັກ ສ່ວນລາຍລະອຽດແມ່ນຈະແຈ້ງໃຫ້ຮູ້ພາຍຫຼັງ ຂໍໃຫ້ຄົນຂັບທັງ3ຄັນປອດໄພ Cr:P sin Ksl
ຄ່ອຍໄປຄ່ອຍມາແດ່…!!!ເກີດເຫດ ລົດ 22 ລໍ້ ລົ້ມປີ້ນຕັນທາງ ເສັ້ນທາງ 13 ເໜືອ (ຄລິບ)
ໃນວັນທີ 29 ພຶດສະພາ 2022 ໄດ້ມີເຟສບຸກທ່ານຫນື່ງໄດ້ ອັບຄລີບ ໂພສວ່າ: ຈີບຫາຍ.. ເກີດເຫດລົດ 22 ລໍ້ລົ້ມຕັນທາງ ຢູ່ທີ່ ເສັ້ນທາງ 13 ເໜືອ… ຢູ່ຈຸດ ຊາຍແດນເມືອງຊຽງເງິນ ກັບ ເມືອງພູຄູນ ແຂວງຫລວງພະບາງ. ເຊີ່ງຕາມການໃຫ້ຂໍ້ມູນຂອງຜູ້ຢູ່ໃນເຫດການ ແມ່ນ ໄດ້ ເວົ້າວ່າ: ລົດຄັນດັ່ງກ່າວແມ່ນ…
ສະຫຼົດ…!!! ເກີດເຫດ ຟ້າຜ່າຄົນ ເສຍຊີວິດ 1 ຄົນ ໄດ້ຮັບບາດເຈັບສາຫັດ 3 ຄົນ ມາຈາກຫາປາທ່າມກາງຝົນຕົກຟ້າຮ້ອງ
ໃນເວລາປະມານ 14:30 ໂມງ ຂອງວັນທີ 26 ພຶດສະພາ 2022 ເກີດເຫດຟ້າຜ່າຄົນ ເສຍຊີວິດ 1 ຄົນ ແລະ ໄດ້ຮັບບາດເຈັບ 3 ຄົນ, ຢູ່ທີ່ບ້ານຫນອງພັງ ເມືອງທ່າແຂກ ແຂວງຄຳມ່ວນ. ຜູ້ເຫັນເຫດການເລົ່າວ່າ: ທັງ 4 ຄົນ ເປັນຄົນບ້ານຍາງເກົ່າ ເມືອງທ່າແຂກ ໄດ້ພາກັນຂີ່ລົດໄຖ…