Month: May 2021
ມວຍຄູ່ເດັດຄູ່ເດືອດປະຈຳອາທິດ..!! ເພື່ອຄວາມບັນເທິງ
ມວຍຄູ່ເອກປະຈຳອາທິດ ລະຫວ່າງ ນ້ຳເງີນ VS ນ້ຳເຫຼືອງ ນ້ຳແດງເປັນກຳມະການ ໃຜຊິຊະນະ ຄຼິບນີ້ເພື່ອຄວາມບັນເທິງ ຕໍ່ອາຍຸ ແລະ ຄາຍຄຽດ ແຕ່ເດັກນ້ອຍບໍ່ຄວນເບີ່ງເອົາເປັນແບບຢ່າງເດີ້ . (ຄຣິບ):
ຂ່າວດ່ວນ..!! ເກີດເຫດໄຟໄໝ້ເຮືອນ2ຊັ້ນ ບ້ານ ໜອງໄຮ ນະຄອນຫຼວງວຽງຈັນ
ເກີດເຫດໄຟໄໝ້ເຮືອນ2ຊັ້ນ ຢ່າງຮຸນແຮງ ທີ່ບ້ານ ໜອງໄຮ ຮ່ອມ32 ນະຄອນຫຼວງວຽງຈັນ ວັນທີ່ 30 ພຶດສະພາ 2021 ເສຍຫາຍຢ່າງໜັກ ສວ່ນສາເຫດການເກີດອັກຄີໄພ ແລະ ຄວາມເສຍຫາຍຈະແຈ້ງໃຫ້ຮູ້ພາຍຫຼັງ . (ຄຣິບ): (ຄຣິບ): (ຄຣິບ): ທີ່ມາ:
ຂ່າວດ່ວນ..!! ພະນັກງານ ມະຫາວິທະຍາໄລແຫ່ງຊາດ ຜົນຢັ້ງຢືນເປັນບວກ (ຫໍພັກ ພະນັກງານຄູ-ອາຈານ) ເຂດຫຼັກ9
ໜັງສືແຈ້ງການຈາກມະຫາວິທະຍາໄລແຫ່ງຊາດລາວ ມີພະນັກງານ ມີຜົນຢັ້ງຢືນກວດຫາເຊື້ອໂຄວິດເປັນບວກ ຢູ່ເຂດຫໍພັກຫຼັກ 9 (ຫໍພັກພະນັກງານຄູ-ອາຈານ) ໃຜທີ່ໄດ້ໄປພົວພັນວຽກ ຫຼື ສຳພັດໃກ້ຊິດກັບກຸ່ມສ່ຽງໃຫ້ໄປກວດຫາເຊື້ອ ແລະ ແຍກປ່ຽວເດີ້ ທີ່ມາ:
ເຫັນແລ້ວອີຕົນເດ..!! ວອນສັງຄົມຜູ້ໃຈບຸນໃຈສັດທາຊ່ວຍເຫຼືອແບ່ງເບົາຕໍ່ລົມຫາຍໃຈໃຫ້ກັບນ້ອງສອງຄົນນີ້ດ້ວຍ
ຂໍວອນຄວາມຊ່ວຍເຫຼຶອນຳຜູ້ໃຈບຸນໃຈສັດທາແດ່ທ້ອນແບ່ງເບົາຕໍ່ລົມຫາຍໃຈໃຫ້ ນ້ອງຍູແທັກຜູ້ເປັນອ້າຍອາຍູ11ປີ ແລະ ຜູ້ນ້ອງນາງນ້ຳທິບອາຍຸ7ປີ ນ້ອງສອງຄົນເປັນບ້າງກິນເລຶອດທັງສອງອ້າຍນ້ອງໜໍໄດ້ກວດແລ້ວໄປຫາທຸກມ່ອງທີ່ຈະຜ່າຕັດແຕ່ກະບໍ່ເປັນຜົນ ບໍ່ສາມາດຜ່າຕັດໄດ້ນອກຈາກໃສ່ເລຶອດເພື່ອຕໍ່ລົມຫາຍໃຈໃຫ້ຫຼານນ້ອຍສອງຄົນນີ້ ພໍ່ກັບແມ່ປະກັນໄດ້5ປີແລ້ວຕອນນີ້ແມ່ໄດ້ໄປຫາເງິນເພຶ່ອສົ່ງໃຫ້ຊື້ຢຸຊື້ຢຸຢາໃສ່ເລືອດໃຫ້ລູກທຸກໆເດືອນແຕ່ກະບໍ່ໄຫວຈຶ່ງໄດ້ມາຂໍຄວາມຊ່ວຍເຫຼຶອຄ່າຢຸຄ່າຢານຳທ່ານຜູ້ໃຈກຸສົນໃຈສັດທາວອນຂໍຊ່ວຍຫຼານນ້ອຍສອງຄົນນີ້ແດ່ທ້ອນ ປະຈຸບັນນີ້ຫຼານນ້ອຍສອງຄົນໄດ້ອາໃສຢູ່ກັບແມ່ຕູ້ ຢູ່ທີ່ບ້ານນາ ເມືອງອຸທຸມພອນ ແຂງສະຫວັນນະເຂດ ຜູ້ເປັນອ້າຍທ້າວຍູແທັກຕ້ອງໄປໃສ່ເລຶອດເດຶອນລະສອງຖົງຜູ້ເປັນນ້ອງນາງນ້ຳທິບຕ້ອງໄດ້ໄປໃສ່ເລຶອດເຊັ່ນດຽວກັນເດຶອນລະ1ຖົງຕໍ່ຄັ້ງ ໃຜ໋ທີ່ຢາກຊ່ອຍຢາກສອບຖາມໄດ້ເບີໂທ 02094369758 ສ່ວນເລກບັນຊີ031120001524586001 ຂໍຂອບທຸກທ່ານຂໍໃຫ້ກຸສົນໃນຄັ້ງນີ້ຂໍໃຫ້ທຸກໆທ່ານຈົງມີແຕ່ຄວາມສຸກພົບແຕ່ສີ່ງດີໆພົບແຕ່ເງິນແຕ່ຄຳຢ່າເຈັບຢ່າຈົນໃຫ້ສົມປາດທະໜາສຸຢ່າງດ້ວຍເຖີດ…ສາທຸ ທີ່ມາ:
ຍາມເຮັດບໍ່ຄິດ ຍາມຜິດບອກວ່າຮູ້ເທົ່າບໍ່ເຖິງການ ລ່າສຸດ ອອກມາຂໍໂທດຕໍ່ສັງຄົມແລ້ວ (ມີຄຣິບ)
ລ່າສຸດ ສາວງາມໄດ້ອອກມາຂໍໂທດຕໍ່ສັງຄົມແລ້ວ ກັບເຫດການທີ່ໄດ້ໄປຖ່າຍຮູບໂປ້ເປືອຍຢູ່ສະຖານທີ່ສັກກະລະບູຊາຂອງປວງຊົນລາວ(ວັດພູຈຳປາສັກ) . ທີ່ເຮັດລົງໄປນັ້ນຍ້ອນຄວາມຮູ້ເທົ່າບໍ່ເຖິງການ ແລະ ບໍ່ໄດ້ເຈຕະນາຈະເຮັດລົງໄປ . (ຄຣິບ): ທີ່ມາ:
ໃນເມື່ອຜູ້ບ່າວຂີ່ລົດແຊວນຳກົ້ນເຂີນແຮງກະເລີຍລືມເບີ່ງວ່າທາງໂຄ້ງ (ມີຄຣິບ)
ຮູ້ວ່າຜູ້ບ່າວຂີ່ລົດແຊວນຳກົ້ນເຂົາກະເຂີນລະເນາະ ຢ່າຫາເຮັດອີກເດີ້ເກືອບເປັນໂທດຍ້ອນຂີ່ລົດນຳຜູ້ສາວ ສຸດທ້າຍກາຍໂຄ້ງຊ້ຳຜູ້ສາວກະດາຍ ເຕືອນເປັນອຸທາຫອນຢ່າຫາເຮັດອີກມັນອັນຕະລາຍ (ຄຣິບ):
ຖ້າແມ່ນຄົນທຳມະດາ ບໍ່ມີພະລັງວິເສດຂື້ນໄປບໍ່ໄດ້ແນ່ນອນ ງຶດຫຼາຍຂື້ນໄປໄດ້ແນວໃດ
ວັນທີ່ 30 ພຶດສະພາ 2021 ເກີດເຫດ ຄົນຂື້ນໄປຢູ່ເທິງຫຼັງຄາ ຕະຫຼາດດາລາ ບໍ່ຮູ້ວ່າເພີ່ນຂື້ນໄປໄດ້ແນວໃດງຶດຫຼາຍ ບໍ່ແມ່ນເພີ່ນມີພະລັງວິເສດບໍ? ເປັນຜູ້ຍິງອີກ ອາຍຸປະມານ 40-50 ປີແລ້ວ ຈັກແມ່ນເພີ່ນຂື້ນໄປທາງໃດ ຄົນທຳມະດາຂື້ນໄປບໍ່ໄດ້ແນ່ນອນ . (ຄຣິບ): ທີ່ມາ:
ສົດໆຮ້ອນໆ..!! ໂຈນລັກລົດຈັກແຕ່ໜີບໍ່ລອດຖືກຈັບໄດ້ (ມີຄຣິບ)
ຜູ້ໃຊ້ເຟສບຸກຊື່ Johney Silimanotham ໂພສວ່າ: ຄິດຜິດແລ້ວບັກຫຳມາສຽບລົດແຖວນີ້ນະ ຮູ້ໆຢູ່ແຖວນີ້ມັນເຖື່ອນ ແລະ ອາຊີນີ້ອ້າຍກະເຄີຍເຮັດມາຄືກັນໂຕຕວະອ້າຍບໍ່ໄດ້ດອກ ນີ້ແມ່ນໂຈນລັກລົດຢູ່ໜ້າຮ້ານຂອງປະຊາຊົນກາງວັນແສກໆແຕ່ກະໄປບໍ່ລອດ ວັນທີ່ 28 ພຶດສະພາ 2021 ບ້ານຫົວຊ້າງ . (ຄຣິບ): ທີ່ມາ:
ຊ່ວຍແຊຣ໌..!! ປະກາດຫາພີ່ນ້ອງຂອງ ພໍ່ເຖົ້າສົມພອນ ທີ່ຖືກລົດໃຫຍ່ຕຳແລ້ວລົບໜີ
ປະກາດຫາຍາດຕິພີ່ນ້ອງຜູ້ບາດເຈັບ ຂອງພໍ່ເຖົ້າສົມພອນ(ເປັນຄົນສະຕິບໍ່ດີ)ຢູ່ບ້ານສະໂງມ ເມືອງທ່າແຂກ ແຂວງຄຳມວ່ນ ຕອນນີ້ພໍ່ເຖົ້າໄດ້ປະສົບອຸບັດຕິເຫດລົດໃຫ່ຍຕຳແລ້ວໜີຢູ່ທີ່ ບ້ານຈຸດໜື່ງ ເມືອງຫີນບູນ ແຂວງຄຳມວ່ນ ທາງພວກເຮົາໜວ່ຍກູ້ຊີບອົງການກາແດງ1625 ແຂວງຄຳມວ່ນ ໃດ້ນຳສົ່ງພໍ່ເຖົ້າຢູ່ທີ່ໂຮງໝໍແຂວງ(ຕຶກສຸກເສີນ) ຖ້າທ່ານໃດເປັນພີ່ນ້ອງຫຼືຮູ້ຈັກພີ່ນ້ອງຂອງພໍ່ເຖົ້າ ໃຫ້ຕິດຕໍ່ຫາເບີ 02095668576 ດວ່ນ!!! ຂໍຂອບໃຈ ທີ່ມາ:
ເກີດເຫດ..!! ເຮືອນສອງຊັ້ນຖະຫຼົ່ມທັບ 3 ອ້າຍນ້ອງເສຍຊີວິດ ທີ່ແຂວງອຸດົມໄຊ
ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເກີດເຫດສະຫຼົດໃຈ ເຮືອນສອງຊັ້ນ ຖະຫຼົ່ມ ທັບຄົນເສຍຊີວິດ 3 ຄົນ. ຈຸດເກີດເຫດ ແມ່ນບ້ານໂພນໂຮມ ກໍນ້ອຍ ເມືອງໄຊ ແຂວງອຸດົມໄຊ. ວັນທີ 28 ພຶດສະພາ 2021 ຈາກຂໍ້ມູນໃຫ້ຮູ້ວ່າ ຄົນເສຍຊີວິດ ທັງສາມ ແມ່ນ 3 ອ້າຍນ້ອງ ພໍ່ແມ່ດຽວກັນ. ທັງສາມແມ່ນກໍາລັງແປງເຮືອນ ແລ້ວ…