Month: October 2021
ເກີດເຫດ..!! ໄຟໄໝ້ເຮືອນສອງຊັ້ນ ເຂດບ້ານໜອງບົວທອງ ເມືອງສີໂຄດຕະບອງ (ມີຄຼິບ)
ຂ່າວດ່ວນ..! ເກີດເຫດໄຟໄໝ້ເຮືອນສອງຊັ້ນຫຼັງວັດທາງໂຄ້ງ ເສຍຫາຍໜັກ ບ້ານໜອງບ້ານທອງ ຮ່ອມ 8 ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນເວລາ ປະມານ 11:30 ນາທີ ວັນທີ່ 31/10/2021 ສ່ວນສາເຫດ ແລະ ຄວາມເສຍຫາຍໃນການເກີດອັກຄີໄພໃນຄັກນີ້ຈະແຈ້ງໃຫ້ຮູ້ພາຍຫຼັງ . . . . . (ເບີ່ງຄຼິບ): ທີ່ມາ:
ແຈ້ງການ..!! ຄີວລົດສາຍໃຕ້ສຶບຕໍ່ປິດຊົ່ວຄາວ ຈົນຮອດ 14 ພະຈິກ 2021
ອີງຕາມເເຈ້ງການສະບັບເລກທີ 1402 / ຫສນຍ ລົງວັນທີ 30/10/2021 . ຄິວລົດສາຍໃຕ້ຂໍເເຈ້ງໃຫ້ບັນດາທ່ານຊາບວ່າ: ພວກເຮົາຈະໄດ້ສືບຕໍ່ປິດການໃຫ້ບໍລິການຊົ່ວຄາວທຸກສາຍທາງ ຕື່ມໄປອີກຈົນເຖິງວັນທີ 14/11/2021 . ຖ້າຫາກມີຫຍັງປ່ຽນເເປງພວກເຮົາຈະເເຈ້ງໃຫ້ທຸກທ່ານຊາບຕື່ມຕາມພາຍຫລັງ ຫວັງຢ່າງຍີ່ງວ່າພວກເຮົາຈະໄດ້ກັບມາຮັບໃຊ້ບໍລິການທຸກໆທ່ານອີກຄັ້ງໃນໄວໄວນີ້ ທີ່ມາ:
ຂ່າວເສົ້າ..!! ເສຍຊີວິດໃໝ່+3ຄົນ ຕິດເຊື້ອໃໝ່+685 ຄົນ (31 ຕຸລາ 2021)
ລາຍງານຈາກຄະນະສະເພາະກິດ ປະຈຳວັນທີ່ 31/10/2021 ໃຫ້ຮູ້ວ່າ: ພົບຜູ້ຕິດເຊື້ອໃໝ່+685 ຄົນ,ຕິດເຊື້ອສະສົມທັງໝົດ 40,271 ຄົນ,ເສຍຊິວິດໃໝ່+3 ຄົນ, ເສຍຊິວິດລວມ 65 ຄົນ -ນະຄອນຫຼວງວຽງຈັນ 287 ຊຸມຊົນ ນຳເຂົ້າ 3 -ຫຼວງພະບາງ 39 ຊຸມຊົນ ນຳເຂົ້າ 1 -ວຽງຈັນ 122 ຊຸມຊົນ…
ດ່ວນ..!! ສືບຕໍ່ລ໊ອກດາວໄປອີກ 15 ວັນ ແຕ່ 31 ຕຸລາ ຫາ 14 ພະຈິກ 2021
ໃນວັນທີ 30 ຕຸລາ 2021 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 1402/ຫສນຍ, ລົງວັນທີ 30 ຕຸລາ 2021 ເລື່ອງສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງໂຄວິດ ໃນໄລຍະວັນທີ 31 ຕຸລາ ຫາ 14 ພະຈິກ 2021 ມີລາຍລະອຽດດັ່ງລຸ່ມນີ້
ແຊຣ໌ບອກຕໍ່ໆ..!! ຄົນລາວສາມາດເດີນທາງເຂົ້າປະເທດໄທໄດ້ແລ້ວໂດຍບໍ່ຕ້ອງກັກໂຕ
ຕາມການລາຍງານຂອງ ກະຊວງການຕ່າງປະເທດຂອງລາດຊະອານາຈັກໄທ ໄດ້ໃຫ້ຮູ້ວ່າ: ໃນວັນທີ 30 ຕຸລາ 2021 ໄທໄດ້ປະກາດລາຍຊື່ປະເທດເພີ່ມເຕີມ ເຊິ່ງເປັນປະເທດທີ່ສາມາດເດີນທາງເຂົ້າໄປລາດຊະອານາຈັກໄທ ໂດຍບໍ່ຕ້ອງກັກໂຕ ຈາກ 46 ປະເທດເປັນ 63 ປະເທດ ເຊິ່ງໃນນັ້ນມີ ສປປ ລາວ ເພີ່ມລາຍຊື່ ສປປລາວ ເຂົ້າໃນບັນດາປະເທດທີ່ສາມາດເດີນທາງເຂົ້າລາດຊະອານາຈັກໄທ ໄດ້ນັບແຕ່ວັນທີ 1 ພະຈິກ 2021…
ສຸດຍອດ..!! ຄືໄດ້ຫຼາຍແທ້ເດ ອອມເງີນຢອດໝູ 10 ເດືອນໄດ້ 100 ປາຍກວ່າລ້ານ
ກະແສການຂາຍເຄື່ອງອອນລາຍຕອນນີ້ ເອີ້ນໄດ້ວ່າມາແຮງອີຫຼີ ບໍ່ວ່າໃຜກໍ່ຫັນມາເລັງຕະຫຼາດອອນລາຍ ເພາະຊື້ງ່າຍຂາຍງ່າຍ ສະດວກວ່ອງໄວ ປະຢັດເວລາ ເຊິ່ງອາຊີບກໍ່ສ້າງເງິນໃຫ້ຄົນໄດ້ຮັ່ງມີສີສຸກມາແລ້ວບໍ່ໜ້ອຍ. ເຖິງຊິບໍ່ຮັ່ງມີລົ້ນຟ້າ ແຕ່ກໍ່ເຮັດໃຫ້ມີຢູ່ມີກິນ ກຸ້ມຄອບຄົວຢູ່ບໍ່ໜ້ອຍ ແຕ່ທັງນີ້ທັງນັ້ນ ກໍ່ບໍ່ໄດ້ໝາຍຄວາມ ໃຜທີ່ມາຈັບທຸລະກິດອອນລາຍປຸບ ຈະລວຍ ແລະ ມີເງິນປັບ ແຕີທຸກຢ່າງມັນຕ້ອງໃຊ້ເວລາ ບວກກັບຄວາມອົດທົນສູ້ຊົນພະຍາຍາມ. ດັ່ງສາວຄົນນີ້ ຂາຍເຄື່ອງອອນລາຍ ອົດອອມລົ້ມລຸກຄຸກຄານ ຫາເງິນທາງອອນລາຍ ຈົນສາມາດສ້າງລາຍໄດ້ໃຫ້ຕົນເອງເປັນກອບເປັນກໍາ, ຫຼ້າສຸດ ອອມເງິນໃສ່ກະປຸກອອກໂຕໝູ…
ຊ່ວຍແຊຣ ມີສະຕິເດີ້ພີ່ນ້ອງ..!! ຄົນຢູ່ເຕັມປານນີ້ມັນຍັງກ້າດືງສາຍຄໍເສີຍເນາະໂຈນເອີຍ (ມີຄຼິບ)
ຜູ້ໃຊ້ເຟສບຸກ ຊື່ Mai Duangphachanh ໂພສວ່າ: ຂໍໂພດເຕືອນເປັນອຸທາຫອນຍຸກໂຄວິດໂຈນລະບາດຫນັກອີຫລີເຫດການນິເກີດຂື້ນກັບຂ້ອຍເອງ ເລືອງມີຢູວ່າຂ້ອຍໄດ້ຂີ່ໄປຊື້ເຄື່ອງຢູຮ້ານເເຫ່ງຫນື່ງຢູ່ແຖວ3ແຍກຫໍພັກຊີເກມແລ້ວມີໂຈນມາດືງສາຍຄໍ ກາງເວັນຄົນບັກຫລາຍໆຍັງກ້າດືງສາຍຄໍຍອມອີຫລີ່ ຂໍໃຫ້ທຸກຄົນມີສະຕິລະວັງໂຕໄວ້ ໂຈນແມ່ນຍັງຈັບບໍ່ໄດ້ ຂີ່ລົດເວບ100 ບໍ່ມີປ້າຍໃສ່ເສື້ອລາຍດອກສີຟ້າໃສ່ຜ້າອັດປາກ ເສຍເຄາະເສຍເຂັນໄປມັນລັກໄດ້ໄປທໍ່ນັ້ນຂໍໃຫ້ມັນເສຍຫລາຍກ່ອນຫັນ (ເບີ່ງຄຼິບ): ທີ່ມາ:
ບໍ່ຕ້ອງຕົກໃຈ..!! ເຟສບຸກຍັງໃຊ້ຊື່ເດີມ ແລະ ເມນູຕ່າງໆແມ່ນຍັງຄືເກົ່າ ພຽງປ່ຽນຊື່ບໍລິສັດເທົ່ານັ້ນ
ພາຍຫຼັງມີກະແສກ່ຽວກັບການປ່ຽນຊື່ເຟສບຸກ ຈື່ງເຮັດໃຫ້ຫຼາຍຄົນຕົກໃຈແຕ່ບໍ່ຕ້ອງຕົກໃຈຂະໜາດນັ້ນ ເຊິ່ງຫຼັກສູດMark Zuckerberg ເຈົ້າຂອງບໍລິສັດໄດ້ອອກມາປະກາດຊື່ບໍລິສັດ facebook ເປັນ Meta ເຊິ່ງຈະມີຜົນ 29 ຕຸລາ 2021 ນີ້ແຕ່ຜະລິດຕະພັນຕ່າງໆທີ່ເປັນສື່ສັງຄົມອອນລາຍໃນບໍລິສັດ ແມ່ນຍັງໃຊ້ຄືເກົ່າ ກ່ອນໜ້ານີ້ຫຼາຍຄົນຈະເຄີຍໄດ້ຍີນການປ່ຽນຊື່ປ່ຽນໜ້າຕາ ແລະ ການປ່ຽນຊື່ຂອງເຟສບຸກ ຫຼ້າສຸດແມ່ນ mark Zuckerberg ໄດ້ມີການປະກາດຢ່າງເປັນທາງການຊື່ໃໝ່ຂອງບໍລິສັດແມ່ນຄື Meta ເພື່ອເປັນການສື່ເຖິງພາບລັກຂອງບໍລິສັດ ແລະ ເພື່ອຮອງຮັບບໍລິການໃໝ່ໆໃນອະນາຄົດທີ່ຈະເຮັດໃຫ້ທຸກຄົນກ້າວໄປສູ້ໃບໂລກໃໝ່,…
ຂ່າວເສົ້າ..!! ນັກປັ່ນລົດຖີບ ທ່າແຂກ ແຂວງ ຄຳມ່ວນເສຍຊີວິດແລ້ວ
ໃນວັນທີ່ 30 ຕຸລາ 2021 ທາງເພສ ກົບກິນເດືອນ ໄດ້ໄພສວ່າ: ນັກປັ່ນລົດຖີບ ທ່າແຂກ ແຂວງ ຄຳມ່ວນ ເສຍຊີວິດຍ້ອນຫົວໃຈລົ້ມເຫຼວໃນຂະນະທີ່ກຳລັງປັ່ນລົດຖີບ (ອາດຖີບໝັກຈົນເກີນໄປ) ຂໍສະແດງຄວາມເສຍໃຈນຳຫຼາຍໆເດີ ທີ່ມາ:
ອີຕົນເດ..!! ທຸກເທົ່າໃດແຮງມາຊ້ຳເຕີມເນາະ ເຮັດນາໝົດປີກອງເຂົ້າຖືກຄົນລັກຈູດ (ມີຄຼິບ)
ຈາກເຟສບຸກຊື່ພິກຂຸ ຣີ ໂອນາ ໄດ້ໂພສໃນວັນທີ່ 30/10/2021 ວ່າ: ເພີ່ນວ່າ:ຊິອອກໄປປັ່ນເຂົ້າຢູ່ນາ ມາຮອດພັດ ເຫັນເປັນເຖົ່າແລ້ວ ເປັນຕາດູຕົນເຈົ້າເດ ແມ່ອາແຕະ ທີ່ບ້ານນາຈານ, ເມືອງພີນ, ແຂວງສະຫວັນນະເຂດ ( ຍັງບໍ່ຮູ້ສາຍເຫດ ) ສາຍໃຈນຳເດິ ທຸກເທົ່າໃດພັດແຮງຊ້ຳ. . . . (ເບີ່ງຄຼິບ): ທີ່ມາ: