Month: June 2022
ເຮັດຜິດຊ້ຳຊາກບໍ່ເຂັດຫຼາບ..!! ຕ້ອງລົງໂທດ ຖ້າສານຕັດສິນຄະດີຕາມລະບຽບກົດໝາຍ
ດຳເນີນຄະດີເດັດຂາດ ຕໍ່ການກະທຳຜິດຂອງທ້າວ ເດຊາ ເຮັດຜິດຊ້ຳຊ້ອນ..! ເຈົ້າຫນ້າທີ່ ປກສ ໄດ້ດຳເນີນຄີ ກັບ ທ້າວ ເດຊາ ອາຍຸ 29 ປີ ຢູ່ບ້ານສີສັງວອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນຂໍ້ກ່າວຫາເຄື່ອນໄຫວແລກປ່ຽນເງິນຕາ ບໍ່ຖືກຕ້ອງຕາມລະບຽບກົດຫມາຍຢ່າງເດັດຂາດ. ທ້າວ ເດຊາ ໄດ້ຖືກເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ ນໍາຕົວມາສຶກສາອົບຮົມໃນວັນທີ 30 ພຶດສະພາ…
ອຸຕຸເຕືອນ..!! ລະວັງ ພາຍຸດີເປຊັນ ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ໃນພາກເໜືອ ແລະ ກາງ ກຳລັງມາ
ກົມອຸຕຸເຕືອນ..!! ລະວັງ ພາຍຸດີເປຊັນ! ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ໃນພາກເໜືອ ແລະ ກາງ ຄວາມກົດດັນຕໍ່າຂອງອາກາດຮ້ອນ ໄດ້ປົກຄຸມຢູ່ທຸກພາກຂອງ ປະເທດລາວ ສົມທົບກັບຍ່ອມຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ເຂດ ພາກເໜືອຂອງປະເທດຫວຽດນາມ, ໃນເວລາ 07:00 ໂມງຂອງວັນທີ 30 ມີຖຸນາ 2022 ພາຍຸດີເປຊັນ ທີ່ເຄື່ອນທີ່ຢູ່ເຂດທະເລຈີນໃຕ້ ໄດ້ເພີ່ມກໍາລັງແຮງຂຶ້ນກາຍເປັນພາຍຸເຂດຮ້ອນ ແລະ ມີຈຸດສູນກາງຢູ່ເສັ້ນຂະໜານທີ…
ຈຳປາສັກ..!! ລົງກວດ ແລະ ໄດ້ປັບໄໝ 7 ປ້ຳ ທີ່ຂາຍນ້ຳມັນເກີນລາຄາກຳນົດໃວ້
ວັນທີ 21 – 28 ມິຖຸນາ 2022, ຄະນະຮັບຜິດຊອບກວດກາການນໍາເຂົ້ານໍ້າມັນເຊື້ອໄຟ ແຂວງຈໍາປາສັກ ໄດ້ກວດພົບ ແລະ ປັບໃຫມປໍ້ານໍ້າມັນ 7 ປ້ຳທີ່ຂາຍເກີນລາຄາກຳນົດ, ເຈົ້າຫນ້າທີ່ໄດ້ຫນີບກວ່າ ແລະ ໃຫ້ເສຍຄ່າປັບໃຫມ ຈິ່ງໃຫ້ເປີດໄດ້. ເຈົ້າຫນ້າທີ່ກ່ຽວຂ້ອງ ໃຫ້ຂໍ້ມູນວ່າ : ໄດ້ເຄື່ອນໄຫວກວດກາປ້ໍານ້ໍາມັນຂາຍຍ່ອຍ ຈໍານວນ 17 ປ້ໍາ ແລະ…
ລ່າສຸດ..!! ຄົນລາວທີ່ໄປເຕີມນ້ຳມັນຢູ່ໄທແມ່ນກັບມາຈ່າຍເງິນໃຫ້ປ້ຳຮຽບຮ້ອຍແລ້ວ
ປັດຈຸບັນ, ເຈົ້າຂອງລົດກະບະ ສັນຊາດ ສປປ ລາວ ທີ່ເຕີມນໍ້າມັນຢູ່ຫນອງຄາຍ (ໄທ ) ແລ້ວບໍ່ຈ່າຍ, ໄດ້ຕິດຕໍ່ຫາເຈົ້າຂອງປໍ້າ ແລ້ວຈ່າຍຄ່ານໍ້າມັນເປັນທີ່ຮຽບຮ້ອຍແລ້ວ, ໂດຍຜູ້ກ່ຽວອ້າງວ່າຟ້າວໄປຫາພໍ່ທີ່ປິ່ນປົວຢູ່ໂຮງຫມໍ ຂອງປະເທດໄທ. ເຊິ່ງເຫດການນີ້ ເກີດຂຶ້ນໃນວັນທີ 27 ມິຖຸນາ 2022 ລົດປ້າຍທະບຽນຈາກ ສປປ ລາວ ຂັບໄປຕື່ມນໍ້າມັນທີ່ປໍ້າແຫ່ງໜຶ່ງ ໃນເຂດເຂດສະບານເມືອງໜອງຄາຍ ຈຳນວນ 1.000…
ຝາກເຕືອນ..!! ຢ່າໃວ້ໃຈຄົນອື່ນເກີນໄປ ຖືກແມ່ບ້ານລັກແຫວນເພັດ ແລະ ຂອງມີຄ່າຫຼາຍຢ່າງແລ້ວລົບໜີໄປ
ຈາກຜູ້ໃຊ້ເຟສບຸກຊື່ Pinmouk Vannaheuang ໄດ້ໂພສວ່າ: ປະກາດຊອກຫາສາວພອນທິບ ອິນທອງໄຊ ໄດ້ເຮັດວຽກເປັນແມ່ບ້ານຢູ່ເຮືອນຢູ່ປາກເຊ ໄດ້ລັກແຫວນເພັດແລະເຄື່ອງຂອງອີກຫຼາຍຢ່າງ ເອີ້ນມາສ່ອງຫນ້າໂອ້ລົມຍອມຮັບຜິດແລ້ວ ແຕ່ຕອນນີ້ໄດ້ປົບຫນີ ບໍ່ສາມາດຕິດຕໍ່ໄດ້ ໃຜພົບເຫັນຢູ່ໃສໃຫ້ຕິດຕໍ່ພົວພັນ ໃຜຈະຮັບແມ່ບ້ານໃຫ້ລະວັງແນ່ເດີຈ້າວ. ( ຫຼືໃຜພົບເຫັນບຸກຄົນນີ້ເອົາແຫວນໄປຂາຍໂປດແຈ້ງທາງເຮົາ ) ( ຖ້າໃຜຮັບຊື້ໄປແລ້ວສາມາດແຈ້ງທາງເຮົາໄດ້ເພາະບໍ່ເຊັ່ນນັ້ນຖ້າທາງເຮົາສາມາດນຳຈັບໄດ້ຈະໄດ້ດຳເນີນຄະດີຕາມກົດຫມາຍ ) ໂທ : 02055530515 , 02077924888 ຫຼືຕິດຕໍ່ເຂົ້າມາທາງເຟສນີ້ໄດ້ເລີຍ…
ແຈ້ງການ..!! ຈະເກັບຄ່າຜ່ານທາງດ່ວນ ຕາມອັດຕາແລກປ່ຽນ ເງິນກີບ/ໂດລາ ເລີ່ມ 1 ກໍລະກົດ 2022 ເປັນຕົ້ນໄປ
ວັນທີ 01 ເດືອນກໍລະກົດ 2022 ເວລາ 00:00 ໂມງເປັນຕົ້ນໄປບໍລິສັດທາງດ່ວນຈະໄດ້ປະຕິບັດການເກັບອັດຕາຄ່າບໍລິການຜ່ານທາງດ່ວນທີ່ເປັນເງີນກີບ ຕາມອັດຕາແລກປ່ຽນເງີນກີບ ກັບ ເງີນໂລາສະຫະລັດ ບໍລິສັດຮ່ວມທືນພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ ໄດ້ດໍາເນີນການບໍລິການເກັບອັດຕາຄ່າຜ່ານທາງດ່ວນ ຕາມອັດຕາທີ່ໄດ້ກໍານົດໄວ້ໃນສັນຍາສໍາປະທານ ໂດຍບໍ່ມີການປ່ຽນແປງແຕ່ຢ່າງໃດ, ແຕ່ປະຈຸບັນການດໍາເນີນທຸລະກິດໄດ້ຮັບຜົນກະທົບຈາກການເໜັງຕີງຂອງອັດຕາແລກປ່ຽນຂອງເງີນກີບ ກັບ ເງີນໂດລາສະຫະລັດ. ເພື່ອໃຫ້ບໍລິສັດຮ່ວມທືນພັດທະນາທາງດ່ວນ ລາວ-ຈີນ ສາມາດດໍາເນີນທຸລະກິດພາຍໃຕ້ສະພາບອັດຕາແລກປ່ຽນມີການເໜັງຕີງຫລາຍ ສະນັ້ນ ນັບຕັ້ງແຕ່ວັນທີ 01…
ຈັບໂຈນ..!! ທຸບແວ່ນລົດຂອງປະຊາຊົນເພື່ອຫວັງລັກຊັບຢູ່ໃນລົດ
ໃນຄືນວັນທີ 27 ມິຖຸນາ 2022 ໄດ້ມີໂຈນທຸບແວ່ນລົດຂອງ ປະຊາຊົນ ເພື່ອລັກຊັບ ຢູ່ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ປະຊາຊົນພົນລະເມືອງດີໄດ້ຊ່ວຍກັນຈັບໂຈນໄດ້ ຄົນຕ່າງຊາດ(ຄົນຈີນ) ໄດ້ 1 ຄົນ ແລະ ອີກ 1 ຄົນແມ່ນລົບໜີ ຂໍໃຫ້ຄົນທຸກຈົ່ງມີສະຕິເປັນຫູເປັນຕາຊ່ວຍກັນຊ່ວງນີ້ໂຈນອອກອາລະວາດຫຼາຍ ແຫຼ່ງຂໍ້ມູນ: NewsTime
ອ້າງວ່ານ້ຳມັນໝົດ..!! ຖືກເຈົ້າໜ້າທີ່ສຶກສາອົບຮົມ ແລະ ປັບໄໝ
ເຈົ້າໜ້າທີ່ພະແນກຕຳຫຼວດປ້ອງກັນເສດຖະກິດ ສົມທົບກັບພະແນກອຸດສາຫະກຳການຄ້າ ນະຄອນຫຼວງວຽງຈັນ ໄດ້ລົງກວດກາ ພົບເຫັນຈຳນວນ 3 ປໍ້າ ກັກຕຸນນໍ້າມັນ (ປິດປໍ້າ ) ດ້ວຍຂໍ້ອ້າງ ຍ້ອນນໍ້າມັນໝົດ . ຜ່ານການກວດກາ ພົບເຫັນປໍ້ານໍ້າມັນ ຈໍານວນ 3 ປໍ້າປິດຄື: ປໍ້ານໍ້າມັນ ປຕທ ໂພນພະເນົາ ເມືອງໄຊເສດຖາ ຜູ້ຈັດການຊື່ທ້າວ ວິນ ອາຍຸ…
ເກີດເຫດ..!! ຕຳແລ້ວໜີ ເຂດໜອງໜ່ຽງ ມີຜູ້ບາດເຈັບ 2 ຄົນ
ໃນຄືນວັນທີ 27/06/2022 ເວລາ 22:01 ນາທີ ໄດ້ມີ ອຸບັດຕິເຫດ ຕຳແລ້ວໜີ ເຂດບ້ານໜອງໜ່ຽງ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ. ຈຸດເກີດເຫດພົບຜູ້ບາດເຈັບ 2 ຄົນ ເປັນເພດຊາຍ ຜູ້ທີ1: ຫົວແຕກ,ກະທົບແຂນຊ້າຍ ແລະ ຂາເບື້ອງຂວາ, ບາດແຜຖະຫຼອກຕາມຕົນໂຕ ຜູ້ທີ2: ຫົວແຕກ, ກະທົບຂາເບື້ອງຂວາ ແລະ…
ຈຳປາສັກເຮັດແທ້..!! ລົງຮື້ຖອນ ແລະ ປິດກິດຈະການຮ້ານເກມການພະນັນອອນລາຍທຸກປະເພດ
ພະແນກເຕັກໂນໂລຊີ ແລະ ການສື່ສານ ລົງກວດກາແລະ ແຈ້ງການຫ້າມບໍ່ໃຫ້ບໍລີການຫຼິ້ນເກມ ທີ່ເປັນການພະນັນອອນລາຍທຸກປະເພດ ໃນວັນທີ 24 ມິຖຸນາ 2022ນີ້ ທ່ານ ແກ້ວວິມົນ ສຸລິຍະວົງ ຫົວໜ້າຂະແໜງເຕັກໂນໂລຊີ ແລະ ນະວັດຕະກຳ ພະແນກຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ພ້ອມຄະນະ ແລະ ນັກວິຊາການ ໄດ້ລົງກວດກາຮ້ານເກມໃນເຂດເທດສະບານນະຄອນປາກເຊ ແຂວງຈຳປາສັກ…