Month: December 2022
ຮອດແລ້ວ..!!! ປະທານປະເທດ ເດີນທາງມາເຖິງແຂວງຊຽງຂວາງ ເພື່ອເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI
ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງເຖິງແຂວງຊຽງຂວາງ ໃນເຊົ້າວັນທີ 13 ທັນວາ 2022 ເພື່ອເຂົ້າຮ່ວມພິທີໄຂງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ທີ່ຈະຈັດຂຶ້ນຢ່າງເປັນທາງການ ໃນຕອນແລງຂອງວັນດັ່ງກ່າວນີ້. ທ່ານປະທານປະເທດ ໄດ້ມາເຖິງສະໜາມບິນແຂວງຊຽງຂວາງ ເວລາປະມານ 10:00 ໂມງ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ…
ຍ້ອນຫຍັງຈື່ງ…!! ກຽມນໍາທະນະບັດປະເພດໃບ 50.000 ກີບ ແລະ 100.000 ກີບ ລຸ້ນໃຫມ່
ໃນວັນທີ 9 ທັນວາ 2022 ນີ້, ທະນາຄານແຫ່ງ ສປປ ລາວ, ຈັດໄດ້ຖະແຫຼງຂ່າວການກຽມນໍາເອົາທະນະບັດປະເພດໃບ 50.000 ກີບ ແລະ ໃບ 100.000 ກີບລຸ້ນປີ 2020 (ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນທີ່ໄດ້ຖືກຮັບຮອງຈາກລັດຖະບານ ແລະ ເຫັນດີອະນຸຍາດໃຫ້ຈັດພິມໃນປີ 2020 ອອກໃຫ້ສັງຄົມພາຍໃນເດືອນທັນວາ 2022 ນີ້. …
ກຽມ ຄົ້ນຄວ້າປັບປຸງຄ່າ ແຮງງານຂັ້ນຕໍ່າ ເພື່ອ ສ້າງອາຊີບ ແລະ ພັດທະນາສີມືແຮງງານ ເພື່ອສ້າງວຽກເຮັດງານທຳ
ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຟັງ ແລະ ປະກອບຄຳເຫັນເຂົ້າໃສ່ບົດລາຍງານການສ້າງວິຊາຊີບ, ການພັດທະນາສີມືແຮງງານ ແລະ ວຽກເຮັດງານທຳໃຫ້ປະຊາຊົນ ເພື່ອແກ້ໄຂການວ່າງງານ ເຊິ່ງເປັນມື້ທີ 5 ຂອງການດຳເນີນກອງປະຊຸມດັ່ງກ່າວ ໃນວັນທີ 9 ທັນວາ 2022 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະ…